ຄຸນແຫ່ງການສັນອາຫາຣຄັ້ງດຽວ
ວິໄນສົງ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຮົາສັນອາຫາຣຄັ້ງດຽວ ເມື່ອເຮົາສັນອາຫາຣຄັ້ງດຽວ ຍ່ອມຮູ້ສຶກເຖິງຄຸນ ຄືຄວາມເປັນຜູ້ມີອາພາທໜ້ອຍ ມີໂຣຄເບົາບາງ ກາຍເບົາ ມີກຳລັງ ແລະມີຄວາມເປັນຢູ່ຜາສຸກ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງສັນອາຫາຣຄັ້ງດຽວເຖີດ ເມື່ອພວກເຈົ້າທັງຫລາຍສັນອາຫາຣຄັ້ງດຽວ ຍ່ອມຮູ້ສຶກເຖິງຄຸນ ຄືຄວາມເປັນຜູ້ມີອາພາທໜ້ອຍ ມີໂຣຄເບົາບາງ ກາຍເບົາ ມີກຳລັງ ແລະມີຄວາມເປັນຢູ່ຜາສຸກ.
ມັຊຊິມະນິກາຍ ມັຊຊິມະປັນນາສ ໑໓/໑໒໙/໑໖໐