ສັດທານຸສາຣີ ທັມມານຸສາຣີ ແລະໂສດາບັນ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ຣູປບໍ່ທ່ຽງ ມີຄວາມປ່ຽນແປງເປັນຢ່າງອື່ນເປັນທັມມະດາ, ເວທະນາບໍ່ທ່ຽງ ມີຄວາມປ່ຽນແປງເປັນຢ່າງອື່ນເປັນທັມມະດາ, ສັນຍາບໍ່ທ່ຽງ ມີຄວາມປ່ຽນແປງເປັນຢ່າງອື່ນເປັນທັມມະດາ, ສັງຂາຣທັງຫລາຍບໍ່ທ່ຽງ ມີຄວາມປ່ຽນແປງເປັນຢ່າງອື່ນເປັນທັມມະດາ, ວິນຍານບໍ່ທ່ຽງ ມີຄວາມປ່ຽນແປງເປັນຢ່າງອື່ນເປັນທັມມະດາ.
ພິກຂຸທັງຫລາຍ! ຜູ້ໃດນ້ອມໃຈເຊື່ອໃນທັມເຫລົ່ານີ້ຢ່າງນີ້ (ໂຍ ພິກຂະເວ ອິເມ ທັມເມ ເອວັງ ສັທທະຫະຕິ ອະທິມຸຈຈະຕິ) ເຮົາກ່າວຜູ້ນັ້ນວ່າ ສັທທານຸສາຣີ ກ້າວລົງສູ່ສັມມັຕຕະນິຍາມ ກ້າວລົງສູ່ສັປປຸຣິສະພູມ ລ່ວງພົ້ນປຸຖຸຊົນພູມ ບໍ່ຄວນທີ່ຈະກະທຳກັມອັນບຸຄຄົລກະທຳແລ້ວເພື່ອເຂົ້າເຖິງນະຣົກ ກຳເນີດດິຣັຈສານ ຫລືເປຕວິສັຍ ບໍ່ຄວນທີ່ຈະທຳກາລະ ຕາບເທົ່າທີ່ຍັງບໍ່ກະທຳໃຫ້ແຈ້ງເຊິ່ງໂສຕາປັຕຕິຜົລ.
ພິກຂຸທັງຫລາຍ! ຜູ້ໃດພິຈາຣະນາທັມເຫລົ່ານີ້ດ້ວຍປັນຍາໂດຍປະມານ (ຍັສສະ ໂຂ ພິກຂະເວ ອິເມ ທັມມາ ເອວັງ ປັນຍາຍະ ມັຕຕະໂສ ນິຊຊານັງ ຂະມັນຕິ) ເຮົາກ່າວຜູ້ນັ້ນວ່າ ທັມມານຸສາຣີ ກ້າວລົງສູ່ສັມມັຕຕະນິຍາມ ກ້າວລົງສູ່ສັປປຸຣິສະພູມ ລ່ວງພົ້ນປຸຖຸຊົນພູມ ບໍ່ຄວນທີ່ຈະກະທຳກັມອັນບຸຄຄົລກະທຳແລ້ວເພື່ອເຂົ້າເຖິງນະຣົກ ກຳເນີດດິຣັຈສານ ຫລືເປຕວິສັຍ ບໍ່ຄວນທີ່ຈະທຳກາລະ ຕາບເທົ່າທີ່ຍັງບໍ່ກະທຳໃຫ້ແຈ້ງເຊິ່ງໂສຕາປັຕຕິຜົລ.
ພິກຂຸທັງຫລາຍ! ຜູ້ໃດຮູ້ເຫັນທັມເຫລົ່ານີ້ຢ່າງນີ້ (ໂຍ ພິກຂະເວ ອິເມ ທັມເມ ເອວັງ ປະຊານາຕິ ເອວັງ ປັສສະຕິ) ເຮົາກ່າວຜູ້ນັ້ນວ່າ ເປັນໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໕໐/໔໗໘