ຄຳສອນພຸດທະ - ໜ້າຈໍໂຫລດ

ຈົ່ງເປັນທັມມະທາຍາທຂອງພຣະສາສດາ ຢ່າເປັນອາມິສທາຍາທ

ທໍາໃນເບື້ອງຕົ້ນ

0:00/0:00
ຈົ່ງເປັນທັມມະທາຍາທຂອງພຣະສາສດາ ຢ່າເປັນອາມິສທາຍາທ

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງເປັນທັມມະທາຍາທຂອງເຮົາເຖີດ ຢ່າເປັນອາມິສທາຍາທຂອງເຮົາເລີຍ ເຮົາມີຄວາມເອັນດູໃນພວກເຈົ້າຢູ່ວ່າ ເຮັດແນວໃດໜໍ ສາວົກທັງຫລາຍຂອງເຮົາຈຶ່ງຈະເປັນທັມມະທາຍາທ ບໍ່ເປັນອາມິສທາຍາທ.

ພິກຂຸທັງຫລາຍ! ຖ້າພວກເຈົ້າທັງຫລາຍເປັນອາມິສທາຍາທຂອງເຮົາ ບໍ່ເປັນທັມມະທາຍາທຂອງເຮົາແລ້ວ, ດ້ວຍຄວາມທີ່ພວກເຈົ້າທັງຫລາຍເປັນອາມິສທາຍາທ ບໍ່ເປັນທັມມະທາຍາທນັ້ນ ພວກເຈົ້າທັງຫລາຍຈັກຖືກວິນຍູຊົນທັງຫລາຍຕິຕຽນວ່າ ສາວົກຂອງພຣະສາສດາພາກັນເປັນອາມິສທາຍາທ ບໍ່ເປັນທັມມະທາຍາທ. ແມ່ນແຕ່ເຮົາກໍຈັກຖືກວິນຍູຊົນທັງຫລາຍຕິຕຽນວ່າ ສາວົກຂອງພຣະສາສດາພາກັນເປັນອາມິສທາຍາທ ບໍ່ເປັນທັມມະທາຍາທ.

ພິກຂຸທັງຫລາຍ! ຖ້າພວກເຈົ້າທັງຫລາຍເປັນທັມມະທາຍາທ ຂອງເຮົາ ບໍ່ເປັນອາມິສທາຍາທຂອງເຮົາແລ້ວ, ດ້ວຍຄວາມທີ່ພວກເຈົ້າທັງຫລາຍເປັນທັມມະທາຍາທ ບໍ່ເປັນອາມິສທາຍາທນັ້ນ ພວກເຈົ້າທັງຫລາຍຈັກບໍ່ຖືກວິນຍູຊົນທັງຫລາຍຕິຕຽນວ່າ ສາວົກຂອງພຣະສາສດາພາກັນເປັນທັມມະທາຍາທ ບໍ່ເປັນອາມິສທາຍາທ. ແມ່ນແຕ່ເຮົາກໍຈັກບໍ່ຖືກວິນຍູຊົນທັງຫລາຍຕິຕຽນວ່າ ສາວົກຂອງພຣະສາສດາພາກັນເປັນທັມມະທາຍາທ ບໍ່ເປັນອາມິສທາຍາທ.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຈົ່ງເປັນທັມມະທາຍາທຂອງເຮົາເຖີດ ຢ່າເປັນອາມິສທາຍາທຂອງເຮົາເລີຍ ເຮົາມີຄວາມເອັນດູໃນພວກເຈົ້າຢູ່ວ່າ ເຮັດແນວໃດໜໍ ສາວົກທັງຫລາຍຂອງເຮົາຈຶ່ງຈະເປັນທັມມະທາຍາທ ບໍ່ເປັນອາມິສທາຍາທ.

ພິກຂຸທັງຫລາຍ! ຖ້າເຮົາບໍຣິໂພຄສຳເຣັຈ ອິ່ມໜຳສຳຣານເປັນຢ່າງດີ ພຽງພໍແກ່ປະໂຍຊນ໌ແລ້ວ ແຕ່ບິນທະບາຕຂອງເຮົາຍັງເຫລືອຢູ່ ຈະຕ້ອງຖິ້ມ, ໃນເວລານັ້ນ ພິກຂຸ ໒ ອົງຄ໌ ຖືກຄວາມຫິວແລະຄວາມອ່ອນເພຍຄອບງຳແລ້ວພາກັນມາ ເຮົາໄດ້ກ່າວກັບພິກຂຸທັງສອງອົງຄ໌ນັ້ນຢ່າງນີ້ວ່າ ພິກຂຸທັງຫລາຍ ເຮົາບໍຣິໂພຄສຳເຣັຈ ອິ່ມໜຳສຳຣານເປັນຢ່າງດີ ພຽງພໍແກ່ປະໂຍຊນ໌ແລ້ວ ແຕ່ບິນທະບາຕຂອງເຮົາຍັງເຫລືອຢູ່ ຈະຕ້ອງຖິ້ມ ຖ້າພວກເຈົ້າທັງຫລາຍຫວັງຈະບໍຣິໂພຄ ກໍຈົ່ງບໍຣິໂພຄເຖີດ ຖ້າພວກເຈົ້າທັງຫລາຍບໍ່ບໍຣິໂພຄ ເຮົາຈັກຖິ້ມເສຍໃນບ່ອນທີ່ປາສະຈາກຂອງຂຽວສົດ ຫລືຈັກເທເສຍໃນນ້ຳທີ່ບໍ່ມີໂຕສັຕໃນບັດນີ້.

ພິກຂຸສອງອົງຄ໌ນັ້ນ ອົງຄ໌ໜຶ່ງມີຄວາມຄິດຢ່າງນີ້ວ່າ ພຣະຜູ້ມີພຣະພາຄສເວີຍສຳເຣັຈ ອິ່ມໜຳສຳຣານເປັນຢ່າງດີ ພຽງພໍແກ່ປະໂຍຊນ໌ແລ້ວ ແຕ່ບິນທະບາຕຂອງພຣະຜູ້ມີພຣະພາຄຍັງເຫລືອຢູ່ ຈະຕ້ອງຖິ້ມ ຖ້າເຮົາທັງຫລາຍບໍ່ບໍຣິໂພຄ ພຣະຜູ້ມີພຣະພາຄກໍຈັກຊົງຖິ້ມໃນບ່ອນທີ່ປາສະຈາກຂອງຂຽວສົດ ຫລືຈັກຊົງເທເສຍໃນນ້ຳທີ່ບໍ່ມີໂຕສັຕໃນບັດນີ້ ແຕ່ພຣະຜູ້ມີພຣະພາຄຕຣັສສອນໄວ້ຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງເປັນທັມມະທາຍາທຂອງເຮົາເຖີດ ຢ່າເປັນອາມິສທາຍາທຂອງເຮົາເລີຍ ກໍບິນທະບາຕນີ້ເປັນອາມິສຢ່າງໜຶ່ງ ເພາະເຫຕນັ້ນ ເຮົາບໍ່ຄວນບໍຣິໂພຄບິນທະບາຕນີ້ ແລ້ວຍັງຄືນແລະວັນນີ້ໃຫ້ລ່ວງໄປຢ່າງນີ້ດ້ວຍຄວາມຫິວແລະຄວາມອ່ອນເພຍນີ້ແຫລະ ເຂົາຈຶ່ງບໍ່ບໍຣິໂພຄບິນທະບາຕນັ້ນ ແລ້ວຍັງຄືນແລະວັນນີ້ໃຫ້ລ່ວງໄປຢ່າງນີ້ດ້ວຍຄວາມຫິວແລະຄວາມອ່ອນເພຍນັ້ນແລ.

ສ່ວນພິກຂຸອົງຄ໌ທີສອງ ມີຄວາມຄິດຢ່າງນີ້ວ່າ ພຣະຜູ້ມີພຣະພາຄສເວີຍສຳເຣັຈ ອິ່ມໜຳສຳຣານເປັນຢ່າງດີ ພຽງພໍແກ່ປະໂຍຊນ໌ແລ້ວ ແຕ່ບິນທະບາຕຂອງພຣະຜູ້ມີພຣະພາຄຍັງເຫລືອຢູ່ ຈະຕ້ອງຖິ້ມ ຖ້າເຮົາທັງຫລາຍບໍ່ບໍຣິໂພຄ ພຣະຜູ້ມີພຣະພາຄກໍຈັກຊົງຖິ້ມໃນບ່ອນທີ່ປາສະຈາກຂອງຂຽວສົດ ຫລືຈັກຊົງເທເສຍໃນນ້ຳທີ່ບໍ່ມີໂຕສັຕໃນບັດນີ້ ຖ້າເຊັ່ນນັ້ນ ເຮົາຄວນບໍຣິໂພຄບິນທະບາຕນີ້ບັນເທົາຄວາມຫິວແລະຄວາມອ່ອນເພຍ ຄວນຍັງຄືນແລະວັນນີ້ໃຫ້ລ່ວງໄປຢ່າງນີ້ ເຂົາຈຶ່ງບໍຣິໂພຄບິນທະບາຕນັ້ນ ບັນເທົາຄວາມຫິວແລະຄວາມອ່ອນເພຍ ຍ່ອມຍັງຄືນແລະວັນນັ້ນໃຫ້ລ່ວງໄປຢ່າງນີ້.

ພິກຂຸທັງຫລາຍ! ພິກຂຸນັ້ນ ເຖິງຈະບໍຣິໂພຄບິນທະບາຕນັ້ນ ບັນເທົາຄວາມຫິວແລະຄວາມອ່ອນເພຍ ຍ່ອມຍັງຄືນແລະວັນນັ້ນໃຫ້ລ່ວງໄປຢ່າງນີ້ ເຖິງຢ່າງນັ້ນ ພິກຂຸອົງຄ໌ກ່ອນນັ້ນ ກໍຍັງໜ້າບູຊາ ໜ້າສັນລະເສີນກວ່າ ຂໍ້ນັ້ນເພາະເຫຕໃດ?

ພິກຂຸທັງຫລາຍ! ເພາະຂໍ້ນັ້ນຈັກເປັນໄປເພື່ອຄວາມມັກນ້ອຍ ສັນໂດດ ຂັດເກົາ ລ້ຽງງ່າຍ ປຣາຣົພຄວາມພຽນ ແກ່ພິກຂຸນັ້ນສິ້ນກາລນານ.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຈົ່ງເປັນທັມມະທາຍາທຂອງເຮົາເຖີດ ຢ່າເປັນອາມິສທາຍາທຂອງເຮົາເລີຍ ເຮົາມີຄວາມເອັນດູໃນພວກເຈົ້າຢູ່ວ່າ ເຮັດແນວໃດໜໍ ສາວົກທັງຫລາຍຂອງເຮົາຈຶ່ງຈະເປັນທັມມະທາຍາທ ບໍ່ເປັນອາມິສທາຍາທ.

ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ຈຶ່ງສະເດັຈລຸກຈາກອາສະນະເຂົ້າໄປສູ່ພຣະວິຫາຣ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗-໒໒/໒໐-໒໕
ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນ