ອຸປາສົກຈັນທານ ເສົ້າໝອງ ໜ້າລັງກຽດ ສະແຫວງຫາບຸນພາຍນອກສາດສະໜາ
ອະກຸສົນ
ອຸປາສົກຈັນທາລ ເສົ້າໝອງ ໜ້າລັງກຽດ ສະແຫວງຫາບຸນພາຍນອກສາສນາ
ພິກຂຸທັງຫລາຍ! ອຸປາສົກຜູ້ປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນອຸປາສົກຈັນທາລ(ຕ່ຳຊາມ) ເສົ້າໝອງ ໜ້າລັງກຽດ (ອຸປາສະກະຈັນທາໂລ ຈະ ໂຫຕິ ອຸປາສະກະມະລັນຈະ ອຸປາສະກະປະຕິກິຕໂຖ). ທັມ ໕ ປະກາຣເປັນຢ່າງໃດ? ຄື:
ອຸປາສົກເປັນຜູ້ບໍ່ມີສັທທາ,
ເປັນຜູ້ທຸສີລ,
ເປັນຜູ້ຖືມຸງຄຸລຕື່ນຂ່າວ ເຊື່ອມຸງຄຸລ ບໍ່ເຊື່ອກັມ,
ສະແຫວງຫາບຸນຍ໌ພາຍນອກສາສນາ (ນອກຄຳສອນຂອງພຣະພຸທທະເຈົ້າ),
ທຳກາຣສັກກາຣະເຂຕບຸນຍ໌ພາຍນອກສາສນາ,
ພິກຂຸທັງຫລາຍ! ອຸປາສົກຜູ້ປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນອຸປາສົກຈັນທາລ ເສົ້າໝອງ ໜ້າລັງກຽດ.
ພິກຂຸທັງຫລາຍ! ອຸປາສົກຜູ້ປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນອຸປາສົກຣັຕະນະ ອຸປາສົກປະທຸມ ອຸປາສົກບຸນຍ໌ທະຣິກ. ທັມ ໕ ປະກາຣເປັນຢ່າງໃດ? ຄື:
ອຸປາສົກເປັນຜູ້ມີສັທທາ,
ເປັນຜູ້ມີສີລ,
ເປັນຜູ້ບໍ່ຖືມຸງຄຸລຕື່ນຂ່າວ ເຊື່ອກັມ ບໍ່ເຊື່ອມຸງຄຸລ,
ບໍ່ສະແຫວງຫາບຸນຍ໌ພາຍນອກສາສນາ,
ທຳກາຣສັກກາຣະເຂຕບຸນຍ໌ພາຍໃນສາສນາ,
ພິກຂຸທັງຫລາຍ! ອຸປາສົກຜູ້ປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນອຸປາສົກຣັຕະນະ ອຸປາສົກປະທຸມ ອຸປາສົກບຸນຍ໌ທະຣິກ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໔-໑໘໕/໑໗໕