ຄຳສອນພຸດທະ - ໜ້າຈໍໂຫລດ

ກັມກຳນົດຊີວິດ

ກຳ

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ປາວາຣິກອັມພະວັນ ໃກ້ເມືອງນາລັນທາ, ຄັ້ງນັ້ນ ນາຍບ້ານນາມວ່າ ອະສິພັນທະກະບຸຕ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກພຣາມຊາວປັດສາພູມ ມີໂຖນ້ຳຕິດໂຕ ປະດັບພວງມາລັຍ ອາບນ້ຳທຸກເຊົ້າຄ່ຳ ບູຊາໄຟ ພຣາມເຫລົ່ານັ້ນຊື່ວ່າ ກະທຳສັຕທີ່ຕາຍແລ້ວໃຫ້ເປັນຂຶ້ນ ໃຫ້ຮູ້ຮອບ ຊວນໃຫ້ເຂົ້າສວັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະຊົງສາມາດກະທຳໃຫ້ສັຕໂລກທັງໝົດເມື່ອຕາຍແລ້ວ ເຂົ້າເຖິງສຸຄະຕິໂລກສວັນໄດ້ຫລືໜໍ ພຣະອົງຄ໌ຜູ້ຈະເຣີນ?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ຄາມະນິ! ຖ້າຢ່າງນັ້ນ ເຮົາຈັກຢ້ອນຖາມທ່ານໃນຂໍ້ນີ້ ບັນຫາຄວນແກ່ທ່ານດ້ວຍປະກາຣໃດ ທ່ານຈົ່ງພະຍາກອຣບັນຫາຂໍ້ນັ້ນດ້ວຍປະກາຣນັ້ນ.
ຄາມະນິ! ທ່ານຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸຄຄົລບາງຄົນໃນໂລກນີ້ ຂ້າສັຕ ລັກຊັພຍ໌ ປະພຶຕຜິດໃນກາມທັງຫລາຍ ເວົ້າຕົວະ ເວົ້າສຽດສີ ເວົ້າຄຳຫຍາບ ເວົ້າຄຳທີ່ບໍ່ມີສາຣະປະໂຍຊນ໌ ເຕັມໄປດ້ວຍອະພິຊຊາ (ຄວາມໂລພຢາກໄດ້ຂອງເຂົາ), ມີຈິຕພະຍາບາທ, ມີຄວາມເຫັນຜິດ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸຄຄົລນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງສຸຄະຕິໂລກສວັນ; ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຄຄົລນັ້ນ ເມື່ອແຕກກາຍຕາຍໄປຈະເຂົ້າເຖິງສຸຄະຕິໂລກສວັນເພາະເຫຕແຫ່ງກາຣອ້ອນວອນ ເພາະເຫຕແຫ່ງກາຣສັນລະເສີນ ຫລືເພາະເຫຕແຫ່ງກາຣປະນົມມືເດີນວຽນຮອບດັ່ງນີ້ຫລື?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.
ຄາມະນິ! ປຽບເໝືອນບຸຄຄົລໂຍນຫີນກ້ອນໜາແລະໃຫຍ່ລົງໄປໃນແມ່ນ້ຳເລິກ ແລະມີໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຫີນນັ້ນວ່າ ຂໍກ້ອນຫີນຈົ່ງຟູຂຶ້ນເຖີດ ຂໍກ້ອນຫີນຈົ່ງຂຶ້ນເທິງບົກເຖີດ. ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ກ້ອນຫີນນັ້ນຈະຟູຂຶ້ນ ລອຍຂຶ້ນ ຫລືຂຶ້ນເທິງບົກເພາະເຫຕແຫ່ງກາຣອ້ອນວອນ ເພາະເຫຕແຫ່ງກາຣສັນລະເສີນ ຫລືເພາະເຫຕແຫ່ງກາຣປະນົມມືເດີນວຽນຮອບດັ່ງນີ້ຫລື?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.
ຄາມະນິ! ສັນນັ້ນເໝືອນກັນ ບຸຄຄົລໃດຂ້າສັຕ ລັກຊັພຍ໌ ປະພຶຕຜິດໃນກາມທັງຫລາຍ ເວົ້າຕົວະ ເວົ້າສຽດສີ ເວົ້າຄຳຫຍາບ ເວົ້າຄຳທີ່ບໍ່ມີສາຣະປະໂຍຊນ໌ ເຕັມໄປດ້ວຍອະພິຊຊາ(ຄວາມໂລພຢາກໄດ້ຂອງເຂົາ), ມີຈິຕພະຍາບາທ, ມີຄວາມເຫັນຜິດ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸຄຄົລນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງສຸຄະຕິໂລກສວັນກໍຈິງ ແຕ່ບຸຄຄົລນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ຄາມະນິ! ທ່ານຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸຄຄົລບາງຄົນໃນໂລກນີ້ ເວັ້ນຂາດຈາກກາຣຂ້າສັຕ ເວັ້ນຂາດຈາກກາຣລັກຊັພຍ໌ ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ເວັ້ນຂາດຈາກກາຣເວົ້າຕົວະ ເວັ້ນຂາດຈາກກາຣເວົ້າສຽດສີ ເວັ້ນຂາດຈາກກາຣເວົ້າຄຳຫຍາບ ເວັ້ນຂາດຈາກກາຣເວົ້າຄຳທີ່ບໍ່ມີສາຣະປະໂຍຊນ໌ ບໍ່ຫລາຍໄປດ້ວຍອະພິຊຊາ(ຄວາມໂລພຢາກໄດ້ຂອງເຂົາ), ບໍ່ມີຈິຕພະຍາບາທ, ມີຄວາມເຫັນຖືກຕ້ອງ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸຄຄົລນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ; ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຄຄົລນັ້ນ ເມື່ອແຕກກາຍຕາຍໄປຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະເຫຕແຫ່ງກາຣອ້ອນວອນ ເພາະເຫຕແຫ່ງກາຣສັນລະເສີນ ຫລືເພາະເຫຕແຫ່ງກາຣປະນົມມືເດີນວຽນຮອບດັ່ງນີ້ຫລື?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.
ຄາມະນິ! ປຽບເໝືອນບຸຄຄົລລົງໄປໃນແມ່ນ້ຳເລິກ ແລ້ວທຸບໝໍ້ເນີຍໃສຫລືໝໍ້ນ້ຳມັນ ກ້ອນກວດຫລືກ້ອນຫີນທີ່ມີຢູ່ໃນໝໍ້ນັ້ນຍ່ອມຈົມລົງ ສ່ວນເນີຍໃສຫລືນ້ຳມັນທີ່ມີຢູ່ໃນໝໍ້ນັ້ນຍ່ອມລອຍຂຶ້ນ ແລະມີໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບເນີຍໃສ ຫລືນ້ຳມັນນັ້ນວ່າ ຂໍເນີຍໃສແລະນ້ຳມັນຈົ່ງຈົມລົງເຖີດ ຂໍເນີຍໃສແລະນ້ຳມັນຈົ່ງມຸດລົງເຖີດ ຂໍເນີຍໃສແລະນ້ຳມັນຈົ່ງຈົມລົງໄປໃນພື້ນນ້ຳເຖີດດັ່ງນີ້; ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ເນີຍໃສແລະນ້ຳມັນຈະຈົມລົງ ມຸດລົງ ຈົມລົງໄປໃນພື້ນນ້ຳເພາະເຫຕແຫ່ງກາຣອ້ອນວອນ ເພາະເຫຕແຫ່ງກາຣສັນລະເສີນ ຫລືເພາະເຫຕແຫ່ງກາຣປະນົມມືເດີນວຽນຮອບດັ່ງນີ້ຫລື?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.
ຄາມະນິ! ສັນນັ້ນເໝືອນກັນ ບຸຄຄົລໃດເວັ້ນຂາດຈາກກາຣຂ້າສັຕ ເວັ້ນຂາດຈາກກາຣລັກຊັພຍ໌ ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ເວັ້ນຂາດຈາກກາຣເວົ້າຕົວະ ເວັ້ນຂາດຈາກກາຣເວົ້າສຽດສີ ເວັ້ນຂາດຈາກກາຣເວົ້າຄຳຫຍາບ ເວັ້ນຂາດຈາກກາຣເວົ້າຄຳທີ່ບໍ່ມີສາຣະປະໂຍຊນ໌ ບໍ່ຫລາຍໄປດ້ວຍອະພິຊຊາ, ບໍ່ມີຈິຕພະຍາບາທ ມີຄວາມເຫັນຖືກຕ້ອງ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸຄຄົລນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກກໍຈິງ ແຕ່ບຸຄຄົລນັ້ນເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ນາຍບ້ານນາມວ່າ ອະສິພັນທະກະບຸຕໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ, ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ, ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ພຣະຜູ້ມີພຣະພາຄຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປ ດັ່ງນີ້; ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍພຣະຜູ້ມີພຣະພາຄຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ສັງຍຸຕຕະນິກາຍ ສະລາຍະຕະນະວັກ ໑໘/໓໑໙-໓໒໒/໕໙໘-໖໐໒
ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນ